ຄືນດີ ນຳກັນ ແບບ ໃຫ້ ສືບຕໍ່ ພົວພັນ ຂັ້ນ ສູງສູດ
ໂດຍ ຄຳເຊ ພິວິໄລ
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/12/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 30/12/2007 13:46 TU

Yasuo Fukuda ທ່ານ "ຍາຊູໂອ ຟູກູດາ" ນາຍົກ ຍິ່ປຸ່ນ
(Photo : Reuters)
ຈີນ ແລະ ຍີ່ປຸ່ນ ເຫັນພ້ອມ ຕົກລົງ ຄືນດີ ນຳກັນ ໃຫ້ສືບຕໍ່ ພົວພັນ ສົນທະນາ ນຳກັນ ໃນຂັ້ນສູງ ເພື່ອ ຮື້ຟື້ນ ຄວາມອົບອຸ່ນ ຄືນມາໃໝ່ ບໍ່ສາມາດ ຕົກລົງ ເຂົ້າໃຈ ກັນໄດ້ ເຣື່ອງ ການແບ່ງປັນກັນ ຂຸດຄົ້ນ ແກສທັມມະຊາດ ໃນເຂດ ທະເລຈີນ ທີ່ ຍັງ ວາງທ່າທີ ຢາດແຢ່ງກັນໜັກຢູ່
ທ່ານ "ຍາຊູໂອ ຟູກູດາ" ນາຍົກ ຍິ່ປຸ່ນ ຢ້ຽມຢາມ ປະເທດຈີນ ມື້ນີ້ ມື້ທີ່ສີ່ ມື້ສຸດທ້າຍ. ທັງສອງຝ່າຍ ໄດ້ ເຫັນພ້ອມ ຕົກລົງນຳກັນ ໃຫ້ສືບຕໍ່ ພົວພັນ ສົນທະນາ ນຳກັນ ໃນຂັ້ນສູງ ເພື່ອ ຮື້ຟື້ນ ຄວາມອົບອຸ່ນ ຄືນມາໃໝ່.
ທ່ານ ປະທານ "ຫູ ຊິນ ຖາວ" ກໍ່ໄດ້ ຢັ້ງຢືນວ່າ ຈະເດີນທາງ ໄປ ຢ້ຽມຢາມ ຍີ່ປຸ່ນ ຕາມການເຊື້ອເຊີນ ໃນທ້ອງປີໜ້າ.
ເຖີງປານນັ້ນ ເຖີງແມ່ນວ່າ ຕົກລົງນຳກັນໄດ້ ເຣື່ອງ ສກັດກັ້ນ ອາຍພິດ ໃນອາກາດ ຮ່ວມມືກັນ ກໍຕາມ ແຕ່ກໍ່ຍັງ ບໍ່ສາມາດ ຕົກລົງ ເຂົ້າໃຈ ກັນໄດ້ ເຣື່ອງ ການແບ່ງປັນກັນ ຂຸດຄົ້ນ ແກສທັມມະຊາດ ໃນເຂດ ທະເລຈີນ ທີ່ ຍັງ ວາງທ່າທີ ຢາດແຢ່ງກັນໜັກຢູ່. ການພົວພັນ ເກີດເຢືອກເຢັນ ຈົນໄດ້ ຢຸດເຊົາ ການພົວພັນ ຂັ້ນສູງ ນຳກັນ ຫວ່າງປີ ໒໐໐໑ ຫາ ປີ ໒໐໐໖ ແລ້ວ ຈຶ່ງ ຫວນກັບມາຄືນດີກັນ ເທື່ອນີ້.